
ສະເປັກລົດ
ຄວາມຈຸແບັດເຕີຣີ (CATL ລຸ້ນ 201 ກມ / 301 ກມ)
17.69 / 28.08 kWh
ກຳລັງແຮງສູງສຸດ (ລຸ້ນ 201 ກມ / 301 ກມ)
35 kW (47 HP) / 40 kW (54 HP)
ແຮງບິດສູງສຸດ (ລຸ້ນ 201 ກມ / 301 ກມ)
87 / 110 N.M
ຊ່ວງຖານລໍ້
2160 ມມ
ຄວາມຍາວ
3360 ມມ
ຄວາມກວ້າງ
1700 ມມ
ຄວາມສູງ
1605 ມມ
ໃຊ້ໄດ້ແທ້ຈິງ
ການຕັ້ງຄ່າອັດສະລິຍະ, ພ້ອມດ້ວຍລະບົບເປີດ-ປິດປະຕູແບບບໍ່ຕ້ອງໃຊ້ກຸນແຈ ແລະ ສະຕາດເຄື່ອງຈັກພຽງປຸ່ມດຽວ.
ແຮງແທ້ໆ
ແບັດເຕີຣີທີ່ໄດ້ຮັບການຍົກລະດັບ ສາມາດສາກໄຟໄດ້ 80% ພາຍໃນ 30 ນາທີ. E-Qute 02 ຮັບປະກັນຄວາມປອດໄພທີ່ແໜ້ນໜາ, ມາພ້ອມກັບຖົງລົມນິລະໄພຄູ່ສຳລັບຜູ້ຂັບຂີ່ ແລະ ຜູ້ໂດຍສານດ້ານໜ້າ, ກ້ອງພາໂນຣາມິກ 360°, ລະບົບເບຣກ ABS, EBD, TPMS, ແລະ ການຕັ້ງຄ່າຄວາມປອດໄພເພີ່ມຕື່ມ.
ໃຫຍ່ເກີນຕົວແທ້ໆ
ພື້ນທີ່ພາຍໃນກວ້າງຂວາງພິເສດ, ເຮັດໃຫ້ຜູ້ຂັບຂີ່ໄດ້ຮັບຄວາມເພີດເພີນກັບການຂັບຂີ່ທີ່ຜ່ອນຄາຍສູງສຸດໃນລົດທີ່ກວ້າງຂວາງຄັນນີ້.
ໜ້າຮັກສຸດໆ
ໜ້າຮັກໂດດເດັ່ນ ແລະ ຮູບຊົງທັນສະໄໝ, ເຮັດໃຫ້ລົດນ້ອຍກາຍເປັນແຟຊັນໃໝ່ຢູ່ເທິງທ້ອງຖະໜົນ.
- ລຸ້ນ 201 ກມ ສາກໄດ້ພຽງໄຟຟ້າເຮືອນແບບ A/C ເທົ່ານັ້ນ
- ລຸ້ນ 301 ກມ ສາກໄດ້ທັງແບບໄຟຟ້າເຮືອນ A/C ແລະ ສາກໄວຕາມສາທາລະນະແບບ D/C